ຄວາມຮູ້ຮອບຕົວ

I.        ໂຄງການການເມືອງຂອງແນວໂຮມໃນປີ 1950 ມີ 12 ຂໍ້ຄືດັ່ງນິ້ :
1 .ໂຄນລົ້ມພວກລ່າເມືອງຂື້ນຝັ່ຮງພວກອາເມລິກາຜູ້ແຊກແຊງແລະບັນດາລູກແຫຼ່ງຕີນມືທີ່ຂາຍຊາດ.
2. ສ້າງປະເທດລາວໃຫ້ເປັນປະເທດເອກະລາດເອກະພາບແລວັດທະນາຖາວອນ
3. ປະຕິບັດສິດເສລີພາບປະຊາທິປະໄຕຂອງປະຊາຊົນ.
4. ສະເໝີ່ພາບລະຫວ່າງເຜົ່າລະຫວ່າງຍິງ-ຊາຍ.
5. ເສລີພາບໃນການເຊື່ອຖື.
6. ລົບລ້າງການຊ່ວຍສາອາກອນທີ່ບໍ່ຍຸດຕິທຳ.
7. ຮີບຮື້ຊັບສົມບັດຂອງພວກລ່າເມືອງຂື້ນຝຮັ່ງແລະບັນດາລູກແຫຼ່ງຕີນມື.
8. ກໍ່ສ້າງແລະຂະຫຍາຍເສດຖະກິດທີເປັນເອກະລາດ.
9. ປົວແປ້ງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ.
10. ລົບລ້າງການກືກໜັງສືຂະຫຍາຍວັດທະນາທຳແລະການສຶກສາຂອງຊາດ.
11.ເພີ່ມທະວີຄວາມສາມັກຄີສາກົນກອນອືນໝົດແມ່ນຫວຽດນາມແລະກຳປູເຈຍພ້ອມກັນຕີຂັບໄລສັດຕູໂດດດ່ຽວຄືພວກລ່າເມືອຂື້ນ    ຝຮັ່ງແລະອາເມລິກາຜູ້ແຊກແຊງ.
12.ປະກອບສ່ວນປົກປັກຮັກສາສັນຕິພາບຂອງໂລກ.
 II. ບັນດາປັດ​ໃຈທີ່​ຕ້ອງ​ສ້າງ​ຢູ່​ໃນ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ​ເພື່ອກ້າວ​ຂຶ້ນ​​ສູ່​ສັງຄົມ​ນິຍົມ​ເທື່ອ​ລະ​ກ້າວ ມີ 9 ປັດ​ໃຈ​ດັ່ງ​ນິ້ : 

1). ປັບປຸງ​ ແລະ​ ກໍ່ສ້າງ​ພັກ​ໃຫ້ໜັກ​ແໜ້ນ, ເຂັ້ມ​ແຂງ, ປອດ​ໃສ​ ແລະ ​ຮູ້​ນຳພາຮອບດ້ານ.
2). ປັບປຸງ ​ແລະ ກໍ່ສ້າງ​ລັດ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ​ເປັນ​ລັດ​ທີ່​ມາ​ຈາກ​ປະຊາຊົນ​ໂດຍ​ປະຊາຊົນ ແລະ ​ເພື່ອຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະເຮັດ​ໃຫ້​ມີ​ຄວາມ​ຢ່າງ​ແທ້​ຈິງ.
3).  ສ້າງ​ພື້ນຖາ​ນ​ວັດຖຸ-ເຕັກນິກໃຫ້​ເສດຖະກິດ​ແຫ່ງ​ຊາດໄດ້​ຮັບ​ການ​ພັດທະນາ​ຢ່າງໜັກ​ແໜ້ນ​ ແລະ ຂະຫຍາຍຕົວ​ໄປ​ຕາມ​ທິດ​ທີໄດ້ກຳນົດພາຍໃຕ້​ການ​ຄຸ້ມ​ຄອງ​ຂອງ​ລັດ.
4). ສ້າງ​ກົນ​ໄກ​ການ​ຄຸ້ມ​ຄອງ​ທີ່​ສອດ​ຄອງ​ແລະ​ຮັບປະກັນ​ຄວາມ​ສັກສິດ​ໃນ​ການ​ຄຸ້ມ​ຄອງ​ມະຫາພາຂອງ​ລັດ.
5). ສ້າງ​ລະບົບ​ກົດໝາຍ​ແຫ່ງ​ລັດ​ທີ່​ນັບ​ມື້ ນັບ​ສົມບູນ​ຄຽງຄູ​ກັບ​ຂະ​ບວນວິວັດແຫ່ງ​ການ​ພັດທະນາ​ເສດຖະກິດ-ສັງຄົມ.
6).  ສ້າງ​ພັນທະ​ພາບ​ ແລະ ​ຄວາມ​ສາມັກຄີ​ລະຫວ່າງ​ເຜົ່າ ​ແລະ​ ຊັ້ນຄົນຕ່າງໆ​ໂດ​ຍ​ແມ່ນ​ຊົນ​ຊັ້ນ​ກຳມະກອນ-ຊາວ​ກະສິກອນ ​ແລະນັກຮຽນຮູ້​ປັນຍາ​ຊົນ​ປະຕິວັດ​ເປັນ​ຫລັກກ​ແຫລ່ງ.
7).  ສ້າງ ​ແລະ​ ພັດທະນາ​ຊັບພະ​ຍກອນ​ມະນຸດ ​ເພື່ອ​ຕອບ​ສະໜອງກັບການ​ພັດທະນາ​ປະ​ເທດ​ໃນ​ທຸກ​ດ້ານ.
8)  ສ້າງ​ເຫງົ້າພະລັງ​ປ້ອງັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ເຂັ້ມ​ແຂງ​ພຽງພໍເພື່ອ​ປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາ​ດ, ອະທິປະ​ໄຕ​ແລະ​ພື້ນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ຊາດ​ໄວ້​ໃຫ້ໝັ້ນຄົງ​.
9)  ສ້າງ​ໃຫ້​ມີ​ເພື່ອນ​ມິດ​ຜູ້​ຢູ່​ໃກ້ ​ແລະ ​ຢູ່​ໄກ​ໃນ​ທົ່ວ​ໂລກ​ນັບ​ມື້​ນັບ​ຫລາຍ​ດ້ວຍ​ການ​ດຳ​ເນີນ​ນະ​ໂຍບາຍການ​ຕ່າງປ​ເທດ​ຂອງ​ພັກ,ພົວພັນ​ຮ່ວມ​ມື​ກັບ​ການຕ່າງປະ​ເທດດ້ວຍ​ຫລາຍ​ຮູບ​ການ​ແລະ​ຫລາຍ​ລະດັບ​ຢ່າງ​ມີ​ຫລັກການ.


III.  ໂຄງການການເມືອງຂອງພັກປະຊາຊົນປະຕິວັດລາວໃນປີ 1955 ມີ 12 ຂໍ້ຄື:

-   ຕ້ານຈັກກະພັດອາເມລິກາ,ຝ່າຍລ່າເມືອງຂື້ນຝຣັ່ງທີ່ທຳລາຍສັນຍາຍຸດຮົບ ແລະ ລູກແຫຼ້ງຕີນມືຂອງພວກເຂົາທີ່ພວມພິປອງທໍາລາຍສັນຕິພາບ.ແບ່ງແຍກຊົນຊາດເຮົາ, ແກ່ດຶງເອົາປະເທດເຮົາເຂົ້າກຸ່ມຮຸກຮານ ແລະ ຫວັງແກ່ຍາວສະພາວະກົດຂົ່ມປະເທດເຮົາ.
-  ຕໍ່ສູ້ທ້ວງໃຫ້ລັດຖະບານພະລາຊະອານະຈັກຕ້ອງຈິງໃຈ ຮ່ວມມືກຳລັງປະເທດລາວເພື່ອປະຕິບັດສັນຍາຍຸດຮົບ, ປັບປຸງສັນຕິພາບປະຕິບັດເສລີພາບປະຊາທິປະໄຕ,ດໍາເນີນການເລຶອກຕັ້ງທົ່ວໄປຢ່າງເສລີເພືອເຕົ້າໂຮມປະເທດຊາດເປັນເອກະພາບ ສ້າງຕັ້ງລັດທະບານປະສົມ ແລະ ສໍາເລັດພາລະກິດເອກະລາດແຫ່ງຊາດ.
-  ມະຫາສາມັກຄີປວງຊົນ, ສ້າງຕັ້ງແນວໂຮມເອກະພາບ ແຫ່ງຊາດຢ່າງກ້ວາງຂວາງ, ໂດຍຕັ້ງບົນພື້ນຖານພັນທະພາບກໍມະກອນຊາວນາ.
-  ກໍ່ສ້າງແລະປັບປຸງກຳລັງປະກອບອາວຸດ ແລະ ເຄິ່ງປະກອບອາວຸດໃຫ້ກາຍເປັນກອງທັບປະຊາຊົນ, ເພືອປົກປັກຮັກສາເຂດທີໝັ້ນ, ໜູນຫຼັງໃຫ້ແກ່ການຕໍ່ສູ້ທາງການເມືອງ, ທັງເປັນເສົ້າຄໍ້າແຫ່ງການປົກປັກຮັກສາສັນຕິພາບ.
-  ປົວແປງຊີວິດການເປັນຢູ່ຂອງປະຊາຊົນທຸກຊັ້ນຄົນຕໍ່ກຳມະກອນ, ຕ້ອງຮັບປະກັນໃຫ້ມີວຽກເຮັດງານທໍາ ແລະ ຕ້ອງໄດ້ຮັບການດູແລເບິ່ງແຍ່ງເປັນຢ່າງດີ, ຕໍ່ຊາວໄຮ່ນາ, ຕ້ອງມີດິນໄຮ່ດິນນາ ເພື່ອຂະຫຍາຍກະສິກໍາ ແລະ ມີຢູ່ມີກິນ.
-  ປະຕິບັດສິດເສລິພາບປະຊາທິປະໄຕຕໍ່ປະຊາຊົນເສລີພາບໃນການປາກເວົ້າ, ເສລີພາບໃນການຂຽນ, ເສລີພາບໃນການຈັດຕັ້ງ, ເສລີພາບໃນການຊຸມນຸມ, ເສລີພາບໃນການໄປມາສູ່ກັນ ແລະ ອື່ນໆ.
-  ປະຕິບັດສິດເສລິພາບລະຫວ່າງເພດຍິງກັບເພດຊາຍ ປະຕິບັດນະໂຍບາຍສະເໝີພາບ ແລະ ສາມັກຄີລະຫວ່າງບັນດາເຜົ່າ, ລົບລ້າງຄວາມອາຄາດບາດໝາງ, ຄວາມແບ່ງແຍກລະຫວ່າງເຜົ່າຕ່າງໆຢູ່ພາຍໃນປະເທດທີ່ພວກລາເມືອງຂື້ນ ແລະ ສັກດີນາເປັນຜູ້ກໍຂື້ນ.
-   ເຄົາລົບເສລິພາບໃນການເຊືອຖືແລະຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າຕ່າງໆ, ຕ້ານໄພບໍ່ຮູ້ໜັງສື,ຂະຫຍາຍວັດທະນາທໍາແຫ່ງຊາດ.
-   ສຳລັບຊາວຕ່າງດ້າວທີ່ອາໃສ່ຢູ່ປະເທດລາວຕ້ອງເຄົາລົບອະທິປະໄຕ, ເອກະລາດຂອງລາວຈຶ່ງຈະໄດ້ຮັບປະກັນຊີວິດ, ຊັບສົມບັດ ແລະ ເສລີພາບ ໃນການຕັ້ງພູມລໍາເນົາ ແລະ ການທຸລະກິດ. 
-   ຜູກມິດກັບບັນດາປະເທດທີ່ເຄົາລົບເອກະລາດ, ອະທິປະໄຕແລະຜືນແຜ່ນດີນອັນຄົບຖ້ວນຂອງປະເທດເຮົາ ຜູກສາຍສໍາພັນໃທຸກດ້ານລະຫວ່າງປະເທດເຮົາກັບປະເທດດັ່ງກ່າວບົນລັກການສະເໝີພາບ, ຕ່າງຝ່າຍໄດ້ຮັບຜົນ.
-  ຕັ້ງໜ້າກໍ່ສ້າງບຳລຸງພະນັກງານ ສະເພາະຢ່າງຍິ່ງແມ່ນເອົາໃຈໃສ່ພະນັກງານກຳມະກອນ-ຊາວໄຮ່ນາ, ເຜົ່ານ້ອຍ.
-  ອອກແຮງງານກໍ່ພັກປະຊາຊົນລາວໃຫ້ກາຍເປັນພັກທີ່ເຂັມແຂງຂອງຊົນກໍາມະກອນ ແລະ ຊາວຜູ້ອອກແຮງງານ ເພື່ອໃຫ້ມີຄວາມສາມາດພຽງພໍໃນການນໍາພາການປະຕິວັດລາວໃຫ້ໄປສູ່ໄຊຊະນະສຸດທ້າຍ.














ກັັບຄືນ <<... 1  2 3  4 ...>>ຖັດໄປ

ປະຫວັດຄຳສຸກ