ທ່ານໃດທີ່ຍັງໃຊ້ Windows XP ຫຼື Windows Vista ຢູ່ອາດສົມຄວນແກ່ເວລາແລ້ວທີ່ທ່ານຈະຕ້ອງໄດ້ Upgrade ລະບົບປະຕິບັດການດັ່ງກ່າວ ໃຫ້ເປັນ Windows 7 ຫຼືເຮັດໃຫ້ທັນສະໄໝໄປເປັນWindows 8 ບໍ່ດັ່ງນັ້ນ ທ່ານຈະບໍ່ສາມາດໃຊ້ຊຸດ Softwareຂອງ Microsoft Office 2013 ໄດ້ໂດຍບໍລິສັດMicrosoft ໝັ້ນໃຈວ່າ ທ່ານຈະຕ້ອງມັກ Office ຮຸ່ນນີ້ ຢ່າງແນ່ນອນ.ລາຍງານຂ່າວຫຼ້າສຸດຈາກ Microsoft ໄດ້ປະກາດເຖິງຄວາມຕ້ອງການຂອງລະບົບ ສຳລັບການໃຊ້ຊຸດຊອບແວ Office 2013 ຊຶ່ງຂໍ້ກຳນົດດັ່ງກ່າວໄດ້ເປີດເຜີຍຊັດເຈນວ່າບໍ່ສະໜັບສະໜູນລະບົບປະຕິບັດການຮຸ່ນເກົ່າ ເຊັ່ນ Windows XP ຫຼື Windows Vista ດັ່ງນັ້ນ ຖ້າຫາກຕ້ອງການໃຊ້ຄຸນສົມບັດໃໝ່ທີ່ເກັ່ງກວ່າເກົ່າຂອງ Office 2013 ທາງເລືອກຂອງທ່ານກໍ່ຄື ການ Upgrade OS ໃຫ້ເປັນWindows 7 ຫຼືບໍ່ກໍ່ແມ່ນ Windows 8 ກໍ່ຍິ່ງດີສ່ວນຄວາມຕ້ອງການທາງດ້ານ Hardware ປະກອບມີ Processor ຂອງຄອມພິວເຕີຕ້ອງມີຄວາມໄວຢ່າງໜ້ອຍ 1GHz ໜ່ວຍຄວາມຈຳ 1GB ສຳລັບເວີເຊິນ 32 bit ແລະ 2GB ສຳລັບເວີເຊິນ 64 bit ລະບົບຈະສະໜັບສະໜູນຄວາມລະອຽດຂອງໜ້າຈໍຢ່າງໜ້ອຍຕ້ອງ 1024 x 576 pixels ຖ້າຈະໃຫ້ດີຄວນໃຊ້ VGA cardທີ່ເລັ່ງ Graphic ແລະ ເຂົ້າກັນໄດ້ກັບ DirectX 10 ນອກຈາກນີ້ ຈະຕ້ອງມີພື້ນທີ່ຫວ່າງຂອງ Storage ຢ່າງໜ້ອຍ 3GB ເພື່ອນຕິດຕັ້ງ Software.ສຳລັບຜູ້ທີ່ໃຊ້ Windows Vista ສ່ວນໃຫຍ່ຈະ Upgrade ເປັນ Windows 7 ແລ້ວ ແຕ່ໃນຂະນະດຽວກັນ ຜູ້ທີ່ໃຊ້ໃນທຸລະກິດ ສ່ວນໃຫຍ່ກໍ່ຍັງຄົງໃຊ້ Windows XP ເປັນຈຳນວນຫຼາຍເຊັ່ນກັນ ປັດຈຸບັນຍັງມີ OS Windows XP ຢູ່ໃນຕະຫຼາດປະມານ 40% ແລະ ມີອາຍຸຫຼາຍກວ່າທົດສະວັດແລ້ວ ເຖິງວ່າ Microsoft ຈະຢຸດໃຫ້ການສະໜັບສະໜູນລະບົບປະຕິບັດການຮຸ່ນນີ້ແລ້ວກໍ່ຕາມ ຢ່າງໃດກໍ່ຕາມ Windows8ຊຶ່ງເປັນລະບົບປະຕິບັດການຮຸ່ນໃໝ່ທີ່ໄດ້ເປີດໂຕໃນທ້າຍເດືອນຕຸລານັ້ນຈະທຳງານໄດ້ດີກັບOffice 2013 ໂດຍMicrosoft ຫວັງວ່າບັນດາຜູ້ໃຊ້ຈະຕັດສິນໃຈ Upgrade Software ທັງສອງໃນທີ່ສຸດ.
ຮຽບຮຽງໂດຍ: ທ. ຄຳສຸກ ເຂບພະຈັນ