ລົົງພາສາລາວໂທລະສັບ


ຕິດຕັ້ງພາສາລາວ ແລະ ແປ້ນພິມ (Android)

   ສໍາລັບ Android Version 4.4 ແລ້ວ ຫຼື Samsung Galaxy ບາງລຸ້ນກໍ່ອາດຈະສາມາດ ອ່ານ ຫຼື ພິມ ພາສາລາວໄດ້ສົມບູນໝົດ ແລ້ວ ແຕ່ກໍ່ຍັງມີ ຫຼາຍລຸ້ນທີ່ບໍ່ສາມາດເຮັດໄດ້ ດັ່ງນັ້ນ ໃນບົດຄວາມນີ້ເຮົາຈະມາສາທິດການເຮັດໃຫ້ໂທລະສັບຂອງເຮົາສາມາດ ອ່ານ ພິມ ພາສາລາວ ໄດ້ສົມບູນ ມາເບິ່ງກັນເລີຍວ່າເຮົາຕ້ອງກຽມຫຍັງກັນແນ່
ໝາຍເຫດ: ເຄື່ອງທີ່ທ່ານຈະຕິດຕັ້ງຈໍາເປັນຕ້ອງ Root ກ່ອນ ( Root ແມ່ນຫຍັງ ? ) ຖ້າບໍ່ Root ຈະບໍ່ສາມາດເຮັດໄດ້ແບບສົມບູນ

ສິ່ງທີ່ຕ້ອງກຽມກ່ອນທີ່ຈະເຮັດໃຫ້
ໂທລະສັບ ອ່ານ ພາສາລາວໄດ້
  1. ເຄື່ອງຕ້ອງຈໍາເປັນຕ້ອງ Root ກ່ອນ ຊຶ່ງແຕ່ລະລຸ້ນຈະໃຊ້ວິທີ Root ທີ່ຕ່າງການໄປແລ້ວແຕ່ລຸ້ນນັ້ນ ຖ້າບໍ່ແນ່ໃຈວ່າເຄື່ອງ ໂຕເອງ Root ແລ້ວບໍ່ແມ່ນໃຫ້ລອງໃຊ້ໂປຼແກຼມ Root Checker ເປັນໂຕກວດໃຫ້ເຮົາກໍ່ໄດ້.
  2. ໃຫ້ດາວໂຫຼດໂປຼແກຼມ Root Browser ເພື່ອເປັນໂຕຈັດການເອົາ font ພາສາລາວຍັດໃສ່ລະບົບຂອງ Android ເລີຍ ນັ້ນເອງ.
  3. ດາວໂຫຼດ Font DroidSansFallback.ttf ພາສາລາວ ຊຶ່ງ font ໂຕນີ້ໄດ້ມີການດັດແປງມາຈາກຫຼາຍຄົນຫຼາຍໜ້າຫຼາຍ ຕາຈົນບໍ່ຮູ້ວ່າມັນເປັນມາແບບ ໃດແຕ່ຈາກການທົດລອງແມ່ນເປັນໂຕທີ່ໃຊ້ແລ້ວສົມບູນທີ່ສຸດໃນຕອນນີ້.
ເລີ່ມການຕິດຕັ້ງເຮັດໃຫ້ເຄື່ອງ
ສາມາດອ່ານພາສາລາວໄດ້
ຫຼັງຈາກນັ້ນແມ່ນໃຫ້ປັບ Permission ໃຫ້ປັບຕາມຮູບນີ້ເລີຍ
4.ແລ້ວໃຫ້ລອງປິດເປີດເຄື່ອງໃຫມ່ບາດໜຶ່ງແລ້ວລອງເຂົ້າເວັບໄຊພາສາລາວເບິ່ງເພື່ອເປັນການທົດສອບວ່າເຄື່ອງເຮົາອ່ານພາສາ ລາວໄດ້ບໍ່.

ເລີ່ມການຕິດຕັ້ງແປ້ນພິມພາສາລາວ
ໃຫ້ກັບໂທລະສັບຂອງເຮົາ
  1.  ໃຫ້ດາວໂຫຼດໂປຼແກຼມ MultiLing Keyboard ຫຼື Lao Soft Keyboard (ມີຫຼາຍໂປຼແກຼມຢູ່ທີ່ສາມາດພິມພາສາ ລາວໄດ້ຊຶ່ງກໍ່ແມ່ນນັກພັດທະນາຄົນລາວເຮົາເອງເປັນຄົນເຮັດເອງເລີຍ) ຈະໂຫຼດອັນໃດກໍ່ໄດ້ ແຕ່ໃນທີ່ນີ້ຈະໃຊ້ MultiLing Keyboard ຍ້ອນວ່າມັນມີຫຼາຍພາສາໃຫ້ເຮົາເລືອກໃຊ້ບໍ່ວ່າຈະເປັນ ລາວ, ອັງກິດ, ໄທ, ຫວຽດ, ຈີນ, ເກົາຫລີ, ຍີ່ປຸ່ນ ແລະ ອື່ນໆອີກຫຼາຍ.
  2. ເມື່ອດາວໂຫຼດມາແລ້ວເຮົາຍັງບໍ່ສາມາດພິມລາວໄດ້ເທື່ອຕ້ອງໄປເພີ່ມພາສາລາວເຂົ້າໄປໃນແປ້ນພິມກ່ອນ ໂດຍເຂົ້າໄປເປີດ ໂປຼແກຼມ MultiLing Keyboard ແລ້ວໃຫ້ເຮົາກົດທີ່ 1. Enable MultiLing ເພື່ອໄປເປີດການໃຊ້ງານ


 3.ໃຫ້ຕິງເອົາໃສ່ທີ່ MultiLing keyboard

4.ໃຫ້ກົດກັບຄືນເທື່ອໜຶ່ງ ແລ້ວກົດເຂົ້າໄປທີ່ 2. Switch IME to MultiLing ແລ້ວເລືອກທີ່ MultiLing keyboard

5.ໃຫ້ກົດກັບຄືນເທື່ອໜຶ່ງ ແລ້ວກົດເຂົ້າໄປທີ 4. Enable Languages ແລ້ວກໍ່ເລືອກເອົາແຕ່ພາສາທີ່ເຮົາຈະໃຊ້


6.ໃຫ້ກົດກັບຄືນເທື່ອໜຶ່ງ ແລ້ວກົດເຂົ້າໄປທີໂຕສຸດທ້າຍເລີຍເພື່ອເປັນການທົດລອງແປ້ນພິມພາສາລາວ.


ໝາຍເຫດ: ກ່ອນຈະເລີ່ມການລົງມືປະຕິບັດຕາມຂັ້ນຕອນນີ້ ຄວນຈະ Backup ຂໍ້ມູນກ່ອນເພື່ອໃນກໍລະນີເຮັດຜິດພາດ.



ປະຫວັດຄຳສຸກ