ລະບົບ Network

...



ບົດທີ 1 ລະບົບເຄືອຂ່າຍ (Network)


Image
:: ຈຸດປະສົງ ແລະ ຄວາມໝາຍ:
  • ລະບົບ Network ແມ່ນການເຊື່ອມຕໍ່ເຄື່ອງຄອມພິວເຕີ້ຈາກ 2 ຫຼື ຫຼາຍເຄື່ອງ ໃຫ້ເປັນວົງNetwork ດຽວກັນ
  • ເພື່ອ Share Folder, Printer, Partition (c:/ , d:, DVD-Rom, Map Drive)
_____________________________________________________________________________
:: ຮູບແບບ, ສາຍ UTP ພ້ອມ ການເຂົ້າຫົວ RJ45
   ຖ້າຕ້ອງການເຊື່ອມຕໍ່ ຄອມ. 2 ໜ່ວຍໃຫ້ເປັນເຄືອຂ່າຍດຽວກັນຕ້ອງ:
  • ແຕ່ລະເຄື່ອງມີ LAN card 
  • ມີສາຍ LAN ແບບ Cross (2ສົ້ນເຂົ້າຫົວຕ່າງກັນ)
  • ຕັ້ງ IP ແລະ Subnet Mask ໃຫ້ແຕ່ລະເຄື່ອງ   
 ຖ້າຕ້ອງການເຊື່ອມຕໍ່ ຄອມ. 2 ຫຼື ຫຼາຍໜ່ວຍໃຫ້ເປັນເຄືອຂ່າຍດຽວກັນຕ້ອງ:
  • ແຕ່ລະເຄື່ອງມີ LAN card 
  • ມີ Switch Hub 
  • ມີສາຍ LAN ແບບກົງ (2ສົ້ນເຂົ້າຫົວຄືກັນ)
  • ຕັ້ງ IP ແລະ Subnet Mask ໃຫ້ແຕ່ລະເຄື່ອງ
_____________________________________________________________________________
:: ວິທີເຂົ້າຫົວສາຍແບບຕ່າງໆ
ອຸປະກອນ:
  • ຄີມໜີບສາຍ LAN
  • ເຄື່ອງກວດສາຍ LAN ເມື່ອເຂົ້າຫົວແລ້ວ
  • ສາຍ UPT
  • ຫົວ RJ45
_____________________________________________________________________________
:: ການຕັ້ງ IP ແລະໃຊ້ຄຳສັ່ງກວດກາຕ່າງໆ
—  IP ແມ່ນເລກລະຫັດປະຈຳແຕ່ລະເຄື່ອງ ທີ່ຢູ່ໃນວົງNetwork ດຽວກັນ, ໝາຍວ່າ ຖ້າເລກ IP ບໍ່ຢູ່ໃນວົງດຽວກັນ ບັນດາເຄື່ອງຄອມພິວເຕີ້ ຈະບໍ່ສາມາດຕິດຕໍ່ກັນໄດ້
—  ເລກ IP ມີ 2 ແບບຄື:
  1. Public IP (ໃຊ້ກັບຜູ້ໃຫ້ບໍລິການ Internet ຫຼືຮຽກວ່າ ISP)
  2. Private IP (ແມ່ນ Class C ໃຊ້ພາຍໃນ ຫຼືຕາມວົງ Network ສ່ວນຕົວ)
—  ສ່ວນທີ່ຈະຮຽນແມ່ນ Private IP ເຊິ່ງເລີ່ມດ້ວຍ: 
192.168.xxx.yyy (xxx ແລະ yyy ປ່ຽນແປງແຕ່ 1-254)
xxx ແມ່ນ ວົງ ຂອງ Network ເຊັ່ນ: 192.168.0.1 (ໝາຍຄວາມວ່າວົງຂອງ IP ນີ້ແມ່ນ 0)
yyy ແມ່ນເລກ IP ເຊິ່ງຈະບໍ່ຊ້ຳກັນ ໃນວົງ Network ດຽວກັນ
___________________________________________________________________________
:: ຂັ້ນຕອນການຕັ້ງ IP
  1. Click ຂວາທີ່ My Network Places > Properties > Click ຂວາທີ່ icon ຂອງ LAN card . Properties.
  2. ເລືອກ Internet Protocol (TCP/IP) ແລ້ວ Click Properties.
  3. Tick ໃສ່ Use The Following IP Address.
  4. ໃສ່ຄ່າ IP Address: 192.168.xxx.yyy ແລ້ວ Click ໃສ່ Subnet mask: 255.255.255.0 >>> OK
___________________________________________________________________________
:: ການໃຊ້ຄຳສັ່ງກວດກາຕ່າງໆ
“ipconfig” (ກວດກາ IP ຕົວເອງ)
  1. Start > Run > ພິມຄຳວ່າ cmd > Enter / ok
  2. ພິມຄຳວ່າ ipconfig > Enter
  3. ຈະປະກົດຜົນລຸ່ມນີ້: 
“ping” (ກວດເບິ່ງວ່າແຕ່ລະເຄື່ອງເຫັນກັນບໍ່?)
  1. Start > Run > ພິມໃສ່ວ່າ cmd > Enter /OK
  2. ຕີໃສ່ວ່າ ping 192.168.xxx.yyy
  3. ຈະປະກົດຜົນລຸ່ມນີ້…(ຕົວຢ່າງ ping ໄປຫາ IP: 192.168.0.1)
___________________________________________________________________________
:: ການ Share Folder ແລະ Share Printer
:: ວິທີເຂົ້າຫາ Folder ທີ່ຄົນອື່ນ Shared ໄວ້
:: Share Printer
____________________________________________________________________________
(ລາຍລະອຽດທັງໝົດມີໃນຄູ່ມື ແລະ ຫ້ອງຝຶກອົບຮົມ)
Image







ກັັບຄືນ <<... 1  2  3  4 ...>>ຖັດໄປ

ປະຫວັດຄຳສຸກ