າກທີ່ຖ້າກັນມາເປັນເວລາດົນນານ ແລະແລ້ວກໍ່ມີມື້ນີ້ຈົນໄດ້ ເມື່ອ Evasi0n ປ່ອຍເຄື່ອງມືໃນການ Jailbreak iOS 7 ແບບ untethered (ສາມາດປິດເປີດເຄື່ອງໄດ້ໂດຍບໍ່ຕ້ອງ Jailbreak ອີກ) ເຮົາມາເບິ່ງນໍາກັນເລີຍວ່າເຮົາຕ້ອງກຽມຫຍັງແນ່ດັ່ງນີ້
ສິ່ງທີ່ຕ້ອງກຽມກ່ອນເລີ່ມການ
Jailbreak iOS 7.x
- ເຄືອງເຮົາຈໍາເປັນຈະຕ້ອງແມ່ນ ເວີຊັນ 7.0 – 7.0.4 ຫຼື 7.1 bata 2
- ຕ້ອງເຮັດການສຳຮອງຂໍ້ມູນກ່ອນເພື່ອປ້ອງກັນການຜິດພາດທີ່ອາດເຮັດໃຫ້ສູນເສຍຂໍ້ມູນໄດ້ ໂດຍສຳຮອງຜ່ານ iCloud ຫລື iTune ກໍ່ໄດ້
- ຈໍາເປັນຈະຕ້ອງປິດລະບົບ Lock ລະຫັດ ຫນ້າຈໍອອກກ່ອນ ຫາກໄດ້ຕັ້ງເອົາໄວ້
ເລີ່ມຕົ້ນການ Untethered Jailbreak iOS
7.0 – 7.0.4 ແລະ 7.1 bata 2 ດ້ອຍ Evasi0n
- ໄປໂຫລດເຄືອງມື້ກັນກ່ອນທີ່ http://evasi0n.com/ (ໃນທີ່ນີ້ແມ່ນຈະໃຊ້ແບບ Windows Version)
2. ເປິດໃຊ້ງານໂປຼແກຼມ Evasi0n 7 ໂດຍ ການ Right-Click > Run as administrator
3. ຕໍ່ ໂທລະສັບຂອງທ່ານໃສ່ກັບຄອມ ແລ້ວກົດປຸ່ມ Jailbreak ໄດ້ເລີຍ ແລ້ວລະບົບຈະດໍາເນີນຂັ້ນຕອນຂອງການ Jailbreak (ໃນທີ່ນີ້ແມ່ນເປັນການ Jailbreak iPhone 5s iOS 7.1)
4. ຫຼັງຈາກນັ້ນເຄື່ອງເຮົາຈະປິດເປີດເຄື່ອງເອງ
5. ຈາກນັ້ນໃຫ້ເຂົ້າໄປກົດໄອຄອນ evasi0n 7 ໃນໂທລະສັບທີ່ຫນ້າ Home ເພື່ອເປັນການດໍາເນີນການ Jailbreak ຕໍ່
6. ຫລັງຈາກແຕະໃສ່ປຸ່ມ icon evasi0n 7 ແລ້ວເຄື່ອງຈະປິດເປີດໃໝ່ອີກເທື່ອໜຶ່ງ ແລ້ວກໍ່ຖ້າຈົນກວ່າເຄື່ອງຈະເປີດຂຶ້ນມາ ໃຊ້ງານປົກກະຕິ ແລ້ວ ໃຫ້ສັງເກດເບິ່ງວ່າເຮົາຈະມີ icon ຫຼື ໂປຼແກຼມ Cydia ໃນໂທລະສັບເຮົານໍາ ກໍ່ຖືວ່າເປັນການສໍາເລັດ ໃນສ່ວນຂອງການ Jailbreak iOS 7.x
ນີ້ກໍ່ຄືທັງໝົດໃນສ່ວນຂອງການ Jailbreak ແບບ Untethered iOS Version 7.0 – 7.0.4 ແລະ 7.1 bata 2 ສ່ວນຂັ້ນຕອນຕໍ່ໄປແມ່ນເຮົາຈະມາສອນການຕິດຕັ້ງ Keyboard ພາສາລາວ ສໍາລັບເຄື່ອງທີ່ Jailbreak ແລ້ວໃນບົດຄວາມຕໍ່ໄປ.